ບົດທີ 4 ຕົວດຳເນີນການໃນ PHP

4.1 ຕົວດຳເນີນການໃນ PHP
ຕົວ​ດຳ​ເນີນ​ການ ​ແມ່ນ​ສັນຍາລັກ ຫຼື​ເຄື່ອງໝາຍ​ທີ່​ກະທຳ​ກັບ​ຂໍ້​ມູນ ຫຼື​ຕົວ​ປ່ຽນ ຈົນ​ເຮັດ​ໃຫ້​ເກີດ​ຜົນ​​ຮັບ ສຳລັບ​ຕົວ​ດຳ​ເນີນ​ການ​ໃນ​ພາສາ PHP ສາມາດ​ແບ່ງ​ໄດ້​ຫຼາຍ​ປະ​ເພດ​ດັ່ງ​ນີ້:

1) ຕົວ​ດຳ​ເນີນ​ການ​ທາງ​ຄະນິດສາດ.
​ເປັນ​ຕົວ​ດຳ​ເນີນ​ການ​ທີ່​ໃຊ້​ດຳ​ເນີນ​ການ​ກັບ​ຕົວ​ເລກ ມີ​ລາຍ​ລະອຽດ​ດັ່ງ​ນີ້:
ຕົວດຳ​ເນີນ​ການ ການ​ດຳ​ເນີນ​ການ ຕົວຢ່າງ ຄວາມ​ໝາຍ
+ ບວກ $a+$b ບວກ​ຄ່າ​ຕົວ​ປ່ຽນ a ກັບ​ຄ່າ​ຕົວ​ປ່ຽນ b
- ລົບ $a-$b ລົບ​ຄ່າ​ຕົວ​ປ່ຽນ a ກັບ​ຄ່າ​ຕົວ​ປ່ຽນ b
* ຄູນ $a*$b ຄູນ​ຄ່າ​ຕົວ​ປ່ຽນ a ກັບ​ຄ່າ​ຕົວ​ປ່ຽນ b
/ ຫານ $a/$b ຫານຄ່າ​ຕົວ​ປ່ຽນ a ກັບ​ຄ່າ​ຕົວ​ປ່ຽນ b
% ຫານ​ເອົາ​ຄ່າ​ເສດ $a%$b ຫານ​ຄ່າ​ຕົວ​ປ່ຽນ a ກັບ​ຄ່າ​ຕົວ​ປ່ຽນ b
(​ເອົາ​ຄ່າ​ເສດ​ເປັນ​ຜົນ​ຮັບ)
ຕົວຢ່າງ:
<?php
$x=7;
$y=5;
echo "value of \$x=$x, and value of \$y=$y<br>";
echo"\$x+\$y=",$x+$y,"<br>";
echo"\$x-\$y=",$x-$y,"<br>";
echo"\$x*\$y=",$x*$y,"<br>";
echo"\$x/\$y=",$x/$y,"<br>";
echo"\$x%\$y=",$x%$y,"<br>";
?>
ຜົນ​ໄດ້​ຮັບ









2) ຕົວ​ດຳ​ເນີນ​ການ​ເພີ່ມ​ຄ່າ​ ​ແລະ​ລຸດ​ຄ່າ.
​ເປັນ​ຕົວ​ດຳ​ເນີນ​ການ​ທີ່​ໃຊ້​ໃນ​ການ​ເພີ່ມ ຫຼືລຸດຄ່າ​ຂອງ​ຕົວ​ປ່ຽນ​ລົງ 1 ຄ່າ ​ໂດຍ​ມີ​ຮູບ​ແບບ​ການ​ໃຊ້​ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ​ຄື:
ຕົດ​ດຳ​ເນີນ​ການ ການ​ດຳ​ເນີນ​ການ ຕົວຢ່າງການ​ນຳ​​ໃຊ້
++ຕາມ​ຫຼັງ ​ເພີ່ມ​ຂຶ້ນ1ຄ່າ​ຫຼັງ​ການເອີ້ນ​ໃຊ້ $a++
++ນຳ​ໜ້າ ເພີ່ມ​ຂຶ້ນ1ຄ່າ​ຄະນະເອີ້ນ​ໃຊ້ $++a
--ຕາມ​ຫຼັງ ລຸດລົງ1ຄ່າ​ຫຼັງ​ການເອີ້ນ​ໃຊ້ $a--
--ນຳ​ໜ້າ ລຸດລົງ1ຄ່າ​ຄະນະເອີ້ນ​ໃຊ້ $--a
ຕົວຢ່າງ:
<?php
$x=7;
echo "start value of \$x=$x<br>";
echo"\$x++=",$x++,"<br>";
echo "\$x=",$x,"<br>";
echo"++\$x=",++$x,"<br>";
echo "\$x=",$x,"<br>";
echo"\$x--=",$x--,"<br>";
echo "\$x=",$x,"<br>";
echo"--\$x=",--$x,"<br>";
echo "\$x=",$x,"<br>";
?>
ຜົນ​ໄດ້​ຮັບ











3) ຕົວ​ດຳ​ເນີນ​ການ​ປຽບທຽບ.
​ເປັນ​ຕົວດຳ​ເນີນ​ການ​ທີ່​ໃຊ້​ໃນ​ການ​ປຽບທຽບ​ຄ່າ​ ຂອງ​ຕົວ​ປ່ຽນ ​ໂດຍ​ຄ່າ​ທີ່​ໄດ້​ຮັບ​ຈາກ​ການ​ປຽບທຽບ​ຈະ​ມີ​ຢູ່ 2 ຄ່າ​ຄື: true ​ແລະ false ​ເຊິ່ງມີ​ລາຍ​ລະອຽດ​ດັ່ງ​ລຸ່ມ​ນີ້:
ຕົວ​ດຳ​ເນີນ​ການ ການ​ດຳ​ເນີນ​ການ ຕົວຢ່າງ $x=4,$y=3 ຜົນ​ໄດ້​ຮັບ​ຂອງຕົວຢ່າງ
== ​ເທົ່າ​ກັບ $x==$y False
!= ຫຼື <> ບໍ່​ເທົ່າ​ກັບ $x!=$y True
ນ້ອຍກວ່າ $x<$y False
​ໃຫຍ່ກວ່າ $x>$y True
<= ນ້ອຍ​ກວ່າຫຼື​ເທົ່າ​ກັບ $x<=$y False
>= ​ໃຫຍ່ກວ່າ​ຫຼືເທົ່າ​ກັບ $x>=$y True
 
4) ຕົວ​ດຳ​ເນີນ​ການ​ທາງ​ຕັກ​ກະສາ​ດ(Logical Operator).
ເປັນ​ຕົວດຳ​ເນີນ​ການ​ທີ່​ໃຊ້​ໃນ​ການ​ປຽບທຽບກັນ​ໂດຍ ​ໃຊ້​ຫຼັກການ​ທາງ​ຕັກ​ກະສາ​ດ ​ໂດຍ​ຜົນ​ຮັບ​ຈາກ​ການ​ດຳ​ເນີນ​ການ​ຈະ​ມີ 2 ຄ່າ​ຄື: true ​ແລະ false ​ເຊິ່ງມີ​ລາຍ​ລະ​ອຽດດັ່ງ​ນີ້:
ຕົວດຳ​ເນີນ​ການ ການ​ດຳ​ເນີນ​ການ ຕົວຢ່າງ $a=4,$b=3 ຜົນ​ຮັບ
And ຫຼື && ​ແລະ ($a>$b)&&($a<$b) true ​ເມື່ອທັງ​ສອງພາກ​ເປັນ true
Or ຫຼື || ຫຼື ($a>$b)&&($a<$b) false ​ເມື່ອທັງ​ສອງພາກ​ເປັນ false
! ປະຕິ​ເສດ !($a>$b)&&($a<$b) true ຖ້າ​ຜົນ​ຮັບ​ເປັນ false
 
5) ຕົວ​ດຳ​ເນີນ​ການ​ທາງ​ຂໍ້ຄວາມ.
​ເປັນ​ຕົວ​ດຳ​ເນີນ​ການ​ທີ່​ໃຊ້​ສັນຍາ​ລັກ​ທາງ​ຄະນິດສາດ​ໃນ​ການ​ລວມຂໍ້ຄວາມ ຫຼືຕໍ່​ປະ​ໂຫຍ​ດ​ເຂົ້າກັນ ​ເຊິ່ງມີ​ລາຍ​ລະອຽດ​ດັ່ງ​ນີ້:
ຕົວ​ດຳ​ເນີນ​ການ ການ​ດຳ​ເນີນ​ການ ຕົວຢ່າງ ຄວາມ​ໝາຍ
​. ຈ້ຳ​ເມັດ $a.$b ນຳ​ເອົາ​ຂໍ້ຄວາມ ​ຫຼື​ຕົວ​ປ່ຽນ​ມາ​ຕໍ່​ລວ​ມກັນ
​.= ຈ້ຳ​ເມັດ​ເທົ່າ​ກັບ $a.=$b ນຳ​ເອົາ​ຕົວ​ປ່ຽນ​ດຽວ​ກັນ​ເຊື່ອມ​ຕໍ່ກັນ
ຕົວຢ່າງ:
<?php
$txt1="Ngaviseth";
$txt2="Phomvongsa";
echo $txt1." ".$txt2."<br>";
$a=32;
$a.="years";
echo $a;
?>
ຜົນ​ໄດ້​ຮັບ