ບົດທີ 5 ຄຳສັ່ງກວດສອບເງື່ອນໄຂ ແລະການວົນຮອບ

5.1  ຄຳສັ່ງຄວບຄຸມການເຮັດວຽກຂອງໂປຣແກຣມ(Control Statement)
ໃນ​ບົດ​ນີ້​ ເຮົາ​ຈະ​ໄດ້​ຮຽນ​ຮູ້​ການ​ຂຽນ​ຄຳ​ສັ່ງ​ຄວບ​ຄຸມ​ການ​ທຳ​ງານ​ຂອງ​ສະຄຣິບໃນ​ຮູບ​ ແບບ​ຕ່າງໆເພື່ອ​ນຳ​ມາ​ຂຽນ​ເປັນ​ໂປ​ຣ​ແກຣມທີ່​ສາມາດ​ໃຊ້​ງານ​ຈິງ​ເຊິ່ງປະກອບ​ມີ​ຫຼາຍ​ຊຸດ​ຄຳ​ສັ່ງ ​ເຊັ່ນ: ຄຳ​ສັ່ງ​ທີ່​ໃຊ້​ໃນ​ການ​ຕັດສິນ​ໃຈ,ຄຳ​ສັ່ງ​ທີ່​ໃຊ້​ວົນ​ຊ້ຳ ​ແລະ ອື່ນໆ.ຄຳ​ສັ່ງ​ໃນ​ກຸ່ມ​ນີ້​ເປັນ​ຄຳ​ສັ່ງ​ທີ່​ໃຊ້​ສຳລັບ​ ກຳນົດ​ທາງ​ເລືອກ​ຢ່າງ​ໃດ​ຢ່າງ​ໜຶ່ງ ​ໂດຍ​ໂປຣ​ແກຣມຈະ​ເຮັດ​ວຽກ​ພາຍ​ໃຕ້​ເງື່ອນ​ໄຂ​ທີ່​ກຳນົດ ກຸ່ມ​ຄຳ​ສັ່ງ​ປະ​ເພດ​ນີ້ ​ເຊັ່ນ: ຄຳ​ສັ່ງ if ​ແລະ ຄຳ​ສັ່ງ switch

5.1.1 ຄຳ​ສັ່ງ if
ຄຳ​ສັ່ງ if ຈະ​ໃຊ້​ໃນ​ການກວດ​ສອບ​ເງື່ອນ​ໄຂ​ໃນ​ການ​ຕັດສິນ​ໃຈ​ເມື່ອ​ມີ​ທາງ​ເລືອກ​ຫຼາຍ​ກວ່າ 2 ທາງ ​ໂດຍ​ຄຳ​ສັ່ງຈະ​ຖືກ​ປະ​ມວນຜົນ
​ຕາມ​ເງື່ອນ​ໄຂ​ທີ່​ກຳນົດ ​ເຊິ່ງຄຳ​ສັ່ງ if ສາມາດ​ປະຍຸກ​ໃຊ້​ງານ​ໄດ້ 3 ຮູບ​ແບບຄື​ດັ່ງ​ນີ້:
  • ຮູບ​ແບບ​ທີ1: ກວດ​ສອບ​ເງື່ອນ​ໄຂວ່າ​ແມ່ນ​ຫຼື​ບໍ່​ແມ່ນ.
ເປັນ​ການ​ໃຊ້​ຄຳ​ສັ່ງ if ​ໃນ​ການກວດ​ສອບ​ເງື່ອນ​ໄຂ​ວ່າ ​ເງື່ອນ​ໄຂ​ເປັນ​ຈິງ ຫຼື​ບໍ່​​ເປັນ​ຈິງ​ພຽງ​ຢ່າງ​ດຽວ ຖ້າ​ເງື່ອນ​ໄຂ​ເປັນ​ຈິງ(true) ກໍ່​ໃຫ້​ເຮັດ​ວຽກ​ຕາມ​ກຸ່ມ​ຄຳ​ສັ່ງ​ທີ່ຢູ່​ພາຍ​ໃນ​ວົງ​ປີກ​ກາ​ທີ່ຢູ່​ທາງ​ ຫຼັງ​ຄຳ​ສັ່ງ if ​ແຕ່​ຖ້າ​ເງື່ອນ​ໄຂ​ບໍ່​ເປັນ​ຈິງ(false) ກໍ່​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ ​ເຊິ່ງມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້:

  if(​ເງື່ອນ​ໄຂ) {
   ກຸ່ມ​ຄຳ​ສັ່ງ​ທີ່​ໃຊ້​ປະມວນ​ຜົນ ​ເມື່ອ​ເງື່ອນ​ໄຂ​ເປັນ​ຈິງ;
  }
ຕົວຢ່າງ:
  <?php
     $txt="ngaviseth";
     if($txt!="") {
     echo "hello ! my name is ",$txt;
     }
  ?>
ຜົນ​ໄດ້​ຮັບ






  • ຮູບແບບທີ2: ​ເລືອກ 1 ​ໃນ 2 ທາງ​ເລືອກ​ດ້ວຍ​ຄຳ​ສັ່ງ if…else
ເປັນ​ການ​ໃຊ້​ຄຳ​ສັ່ງ if ຮູບ​ແບບ​ປົກກະຕິ ​ເຊິ່ງ​ສາມາດ​ເລືອກ​ທາງ​ໃດ​ທາງ​ໜຶ່ງ​ໃນ​ສອງ​ທາງ​ເລືອກ​ຕາມ​ເງື່ອນ​ໄຂທີ່​ ກຳນົດ ຖ້າ​ເງື່ອນ​ໄຂ​ເປັນ​ຈິງ(true) ​ໃຫ້​ທຳ​ຕາມ​ກຸ່ມ​ຄຳ​ສັ່ງ if ​ແຕ່​ຖ້າ​ເງື່ອນ​ໄຂ​ບໍ່​ເປັນ​ຈິງ(false)​ໃຫ້​ເຮັດ​ຕາມ​ຄຳ​ສັ່ງ​ຫຼັງ else ​ໂດຍ​ມີ​ຮູບ​ແບບ​ຄຳ​ສັ່ງ​ດັ່ງ​ນີ້:

  if(​ເງື່ອນ​ໄຂ)
  {
  ກຸ່ມ​ຄຳ​ສັ່ງ​ທີ່​ໃຊ້​ປະ​ມວນ​ຜົນ ​ເມື່ອ​ເງື່ອນ​ໄຂ​ເປັນ​ຈິງ;
  }
  else
  {
  ກຸ່ມ​ຄຳ​ສັ່ງ​ທີ່​ໃຊ້​ປະມວນ​ຜົນ ​ເມື່ອ​ເງື່ອນ​ໄຂ​ບໍ່​ເປັນ​ຈິງ;
  }
ຕົວຢ່າງ:
  <?php
  $a=9;
  if ($a%2==0){
  echo "odd number " ;
  }
  else
  {
  echo "event number";
  }
  ?>
ຜົນໄດ້ຮັບ:





 
  • ຮູບແບບ​ທີ3: ​ເລືອກ 1 ​ໃນ​ຫຼາຍ​ທາງ​ເລືອກ​ດ້ວຍ​ຄຳ​ສັ່ງ if…elseif…else
​ເປັນ​ການ​ໃຊ້​ຄຳ​ສັ່ງ if ​ໂດຍ​ສາມາດ​ເລືອກ​ໄດ້ 1 ທາງ​ເລືອກ​ຈາກ​ຫຼາຍໆ​ທາງ​ເລືອກ​ຕາມ​ເງື່ອນ​ໄຂ​ທີ່​ກຳນົດ ຖ້າ​ກວດ​ສອບ​ແລ້ວ​ກົງກັບ​ເງື່ອນ​ໄຂ​ໃດ ກໍ່​ໃຫ້​ເຮັດ​ຕາມ​ກຸ່ມ​ຄຳ​ສັ່ງ​ທາງ​ຫຼັງ​ເງື່ອນ​ໄຂ​ນັ້ນໆ ​ແຕ່​ຖ້າ​ກວດ​ສອບ​ທຸກໆ​ເງື່ອນ​ໄຂ​ແລ້ວ​ຍັງ​ບໍ່​ກົງ​ກັບ​ເງື່ອນ​ໄຂ​ໃດໆ​ ເລີຍກໍ່​ໃຫ້​ເຮັດ​ຕາມ​ກຸ່ມ​ຄຳ​ສັ່ງ​ທາງ​ຫຼັງ​ຄຳ​ສັ່ງ else ​ໂດຍ​ມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້:

  if(​ເງື່ອນ​ໄຂທີ1) {
  ກຸ່ມ​ຄຳ​ສັ່ງ​ທີ່​ປະມວນ​ຜົນ​ເມື່ອ​ເງື່ອນ​ໄຂ​ທີ1​ເປັນ​ຈິງ;
  }
  else if(​ເງື່ອນ​ໄຂ​ທີ2) {
  ກຸ່ມ​ຄຳ​ສັ່ງ​ທີ່​ປະມວນ​ຜົນ​ເມື່ອ​ເງື່ອນ​ໄຂ​ທີ1​ເປັນ​ຈິງ;
  }
  else {
  ກຸ່ມ​ຄຳ​ສັ່ງ​ທີ່​ປະມວນ​ຜົນ​ເມື່ອ​ເງື່ອນ​ໄຂ​ທີ1​ເປັນ​ຈິງ;
  }
ຕົວຢ່າງ:
  <?php
  $score=90;
  if ($score>=80&&$score<=100) {
  echo "Your grade is A " ;
  }
  else if($score>=70&&$score<80) {
  echo "Your grade is B " ;
  }
  else if($score>=60&&$score<70) {
  echo "Your grade is C " ;
  }
  else if($score>=50&&$score<60) {
  echo "Your grade is D " ;
  }
  else {
  echo "Your grade is F " ;
  }
  ?>
ຜົນ​ໄດ້​ຮັບ
 

5.1.2 ຄຳ​ສັ່ງ switch ​ເພື່ອ​ເລືອກ​ຢ່າງ​ໃດ​ຢ່າງ​ໜຶ່ງ​ຈາກ​ຫຼາຍ​ທາງ​ເລືອກ.
ຄຳ​ສັ່ງ select…case ​ເປັນ​ຄຳ​ສັ່ງ​ທີ່​ໃຊ້​ສຳລັບ​ຕັດສິນ​ໃຈ​ເລືອກ​ພຽງ​ໜຶ່ງ​ຕົວ​ຈາກ​ຫຼາຍໆ​ທາງ​ ເລືອກ ​ໂດຍ​ຈະ​ກວດ​ສອບ​ເງື່ອນ​ໄຂ​ໃນ​ການ​ເລືອກ​ກ່ອນ​ວ່າ​ກົງ​ກັບ​ຕົວ​ເລືອດ​ໃດ ​ແລ້ວ​ຈິ່ງ​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ຕໍ່​ທ້າຍ​ຕົວ​ເລືອກ​ນັ້ນໆ ​ໂດຍ​ມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້:

Switch(ຕົວ​ປ່ຽນ)
{
Case ​ເງື່ອນ​ໄຂ​ທີ1: ຄຳ​ສັ່ງ​ທີ່​ໃຊ້​ປະມວນ​ຜົນ​ ​ເມື່ອ​ຄ່າ​ຕົວ​ປ່ຽນ​ກົງ​ກັບ​ເງື່ອນ​ໄຂ​ທີ1; break;
Case ​ເງື່ອນ​ໄຂ​ທີ2: ຄຳ​ສັ່ງ​ທີ່​ໃຊ້​ປະມວນ​ຜົນ​ ​ເມື່ອ​ຄ່າ​ຕົວ​ປ່ຽນ​ກົງ​ກັບ​ເງື່ອນ​ໄຂ​ທີ2; break;
Case ​ເງື່ອນ​ໄຂ​ທີ3: ຄຳ​ສັ່ງ​ທີ່​ໃຊ້​ປະມວນ​ຜົນ​ ​ເມື່ອ​ຄ່າ​ຕົວ​ປ່ຽນ​ກົງ​ກັບ​ເງື່ອນ​ໄຂ​ທີ3; break;
…..
Default: ຄຳ​ສັ່ງ​ທີ່​ໃຊ້​ປະມວນ​ຜົນ​ ​ເມື່ອ​ຄ່າ​ຕົວ​ປ່ຽນບໍ່​ກົງ​ກັບ​ເງື່ອນ​ໄຂ​ໃດ​ໆ; break;
}
ຕົວຢ່າງ:
<?
$a=2;
switch($a)
{
case 1:
echo "Ms Access 2007";
break;
case 2:
echo "Ms Word 2007";
break;
default:
echo "Please select list of books";
}
?>
ຜົນ​ໄດ້​ຮັບ