ບົດທີ 3 ຕົວປ່ຽນໃນ PHP

3.1 ຕົວປ່ຽນໃນ PHP

ຕົວປ່ຽນ(variable) ແມ່ນຊື່ທີ່ຕັ້ງຂຶ້ນເພື່ອໃຊ້ເກັບຮັກສາຂໍ້ມູນພາຍໃນໜ່ວຍຄວາມຈຳ(RAM) ຂອງຄອມພິວເຕີ,
ຕົວປ່ຽນສາມາດເກັບຮັກສາຂໍ້ມູນໃດໆກໍ່ໄດ້ ເຊັ່ນ: ຂໍ້ມູນທີ່ເປັນຕົວເລກ,ຕົວອັກສອນ,ເຄື່ອງໝາຍ,ອື່ນໆ ໂດຍຕົວປ່ຽນ
ຈະມີລັກສະນະທີ່ສຳຄັນຄື:
- ຄ່າທີ່ເກັບໄວ້ໃນຕົວປ່ຽນໃດໜຶ່ງແລ້ວ ເມື່ອປິດໂປຣແກຣມ ຫຼືຄອມພິວເຕີຂໍ້ມູນນັ້ນຈະຖືກລຶບໄປຈາກໜ່ວຍຄວາມຈຳ
ທັນທີ.
- ຕົວປ່ຽນສາມາດທີ່ຈະປ່ຽນແປງຄ່າທີ່ເກັບໄວ້ຕະຫຼອດເວລາ.


3.2 ການປະກາດຕົວປ່ຽນໃນ PHP

ການປະກາດຕົວປ່ຽນຈະມີຂໍ້ກຳນົດກົດເກນດັ່ງນີ້:
- ຊື່ຕົວປ່ຽນຈະຕ້ອງຂຶ້ນຕົ້ນດ້ວຍເຄື່ອງໝາຍ $ ສະເໝີ ເຊັ່ນ $nameVariable
- ຕໍ່ຈາກເຄື່ອງໝາຍ $ ຈະຕາມດ້ວຍຊື່ຕົວປ່ຽນໂດຍຕົວທຳອິດຂອງຊື່ຕ້ອງເປັນຕົວອັກສອນ ຫຼືເຄື່ອງໝາຍ  _
(Underscore )
 - ຊື່ທັດມາຂອງຕົວປ່ຽນສາມາດເປັນຕົວອັກສອນ,ຕົວເລກ ຫຼືເຄື່ອງໝາຍ underscore ເພື່ອປະສົມເປັນຊື່.
- ຊື່ຂອງຕົວປ່ຽນໃນໂປຣແກຣມພາສາ PHP ມີຄຸນສົມບັດເປັນແບບ case-sensitive ໝາຍຄວາມວ່າ ຕົວອັກສອນພິມໃຫຍ່ ແລະພິມນ້ອຍເປັນຕົວປ່ຽນຄົນລະຕົວ.
ຕົວຢ່າງ​ການ​ປະກາດ ​ແລະ ກຳນົດ​ຄ່າ​ໃຫ້​ກັບ​ຕົວ​ປ່ຽນ
ຊະນິດຂໍ້ມູນ ຕົວຢ່າງ ໝາຍເຫດ
ຈຳນວນເຕັມ(Integer) $varNum=123;
ຈຳນວນເສດ(Float) $varNum=23.13;
ສະຕຣິງ(String) $var="hello"; ໃຊ້ກັບຂໍ້ມູນທີ່ເປັນຂໍ້ຄວາມ
ບູລິນ(Boolean) $var=true; ມີຄ່າ 2 ຄ່າຄື: true ແລະ false

3.3 ຕົວປ່ຽນອາເຣ(Array) ໃນ PHP
ອາເຣ ແມ່ນຕົວປ່ຽນຊະນິດໜຶ່ງທີ່ສາມາດເກັບຄ່າຂໍ້ມູນຫຼາຍໆຄ່າໄວ້ໃນຕົວປ່ຽນຊື່ດຽວແລະມີການກຳນົດໝາຍເລກ
ລັດສະນີ (index) ຫຼື key ເພື່ອເຂົ້າເຖິງຂໍ້ມູນແຕ່ລະຕົວໃນ ອາເຣ ປະໂຫຍດຂອງ ອາເຣ ມີຄື:
- ບໍ່ຕ້ອງປະກາດຕົວປ່ຽນຫຼາຍຕົວເພື່ອເກັບຂໍ້ມູນກຸ່ມດຽວກັນ.
- ມີຟັງຊັນສຳລັບຈັດການ ອາເຣ ໂດຍສະເພາະ.
- ຈັດການງ່າຍ.

ອາເຣ ໃນ PHP ມີ 2 ແບບ ຄື:
1) index array ຈະໃຊ້ຕົວເລກກຳກັບ ແລະໃຊ້ຕົວເລກເພື່ອອ້າງອີງການເຂົ້າເຖິງຂໍ້ມູນແຕ່ລະຕົວ.

<?php
$scoreStudents=array(0=>50,1=>70,2=>90);
echo $scoreStudent[2];
?>

ຫຼື
<?php
$scoreStudents=array(50,70,90);
echo $scoreStudent[2];
?>

2) Associative array ຈະໃຊ້ຕົວໜັງສືກຳກັບ ແລະເຂົ້າເຖິງຂໍ້ມູນ
<?php
$students=array('name'=>'ngaviseth','age'=>33,'hiegh'=>160);
echo $student["name"];
?>