ບົດທີ 2 ຄຳສັ່ງພາສາ PHP

  

            PHP ​ເປັນ​ພາສາ​ຈຳພວກ scripting language ຄຳ​ສັ່ງ​ຕ່າງໆ​ຈະ​ເກັບ​ຢູ່​ໃນ​​ເອກະສານ​ທີ່​ເອີ້ນ​ວ່າ ສະຄຣິບ(script) ​​ເວລາ​ໃຊ້​ຕ້ອງ​ອາ​ໃສ​​ໂປຣ​ແກຣມ​ແປ​ຄຳ​ສັ່ງ ຕົວຢ່າງ​ຂອງ​ພາສາ​ສະຄຣິບຄື: javascript, Perl ​ເປັນ​ຕົ້ນ. ລັກສະນະ​ຂອງ PHP ທີ່​ຕ່າງ​ຈາກ​ສະຄຣິບອື່ນໆ​ກໍ່​ຄື ​ໄດ້​ຮັບ​ການ​ພັດທະນາ ​ແລະ ອອກ​ແບບ​ມາ​ເພື່ອ​ໃຊ້​​ໃນ​ການ​ສ້າງ​ເອກະສານ​ແບບ HTML ​ໂດຍ​ສາມາດ​ສອດ​ແຊກ ຫລື ​ແກ້​ໄຂ​ເນື້ອ​ຫາ​ໄດ້ ​ໂດຍ​ອັດຕະ​ໂນ​ມັດ,​ເປັນ​ພາສາ​ທີ່​ເອີ້ນ​ວ່າ server-side ​ເປັນ​ເຄື່ອງມື​ສຳຄັນ​ຊະນິດ​ໜຶ່ງ​ທີ່​ຊ່ວຍ​ໃຫ້​ເຮົາ​ສ້າງ​ເອກະສານ​ແບບ dynamic HTML ​ໄດ້​ຢ່າງ​ມີ​ປະສິດ​ທິພາ​ບ.
2.1 ຮູບແບບຄຳສັ່ງຂອງພາສາ PHP
ໃນພາສາ PHP ມີຮູບແບບການຂຽນຄຳສັ່ງຢູ່ 3 ແບບ ຄື:
1) ໃຊ້ <? ..... ?>

ຕົວຢ່າງ:
<?
  echo "Hello PHP";
?>

2) ໃຊ້ <?php ....  ?>

ຕົວຢ່າງ:
<?php
  echo "Hello PHP";
?>

3) ໃຊ້ <script language="php">.................</script>

ຕົວຢ່າງ:
<script language="php">
   echo "Hello PHP";
</script>

   ເຮົາສາມາດຂຽນຄຳສັ່ງພາສາ PHP ສອດແຊກໄວ້ໃນ HTML ໄດ້
ໂດຍມີວີທີຂຽນດັ່ງນີ້:

ຕົວຢ່າງ:
<html>
<head>
  <title>PHP command</title>
</head>
<body>
   <?php
     echo "Welcome to learn PHP";
   ?>

</body>
</html>

2.2 ຄຳສັ່ງສະແດງຜົນຂອງ PHP
ໃນການສະແດງຜົນຂອງໂປຣແກຣມພາສາ PHP ມີຄຳສັ່ງຢູ່ 3 ຮູບແບບ ຄື:
1) ຄຳສັ່ງ echo
ຮູບແບບການຂຽນ: echo " ຂໍ້ມູນທີ່ຕ້ອງການສະແດງຜົນຮັບ ";
ຕົວຢ່າງ:
   <?php
     echo "Welcome to learn PHP";
   ?>

2) ຄຳສັ່ງ print
ມີຮູບແບບການຂຽນ: print "ຂໍ້ມູນທີ່ຕ້ອງການສະແດງຜົນຮັບ";
ຕົວຢ່າງ:
   <?php
    print "Welcome to learn PHP";
   ?>

ຄວາມແຕກຕ່າງລະຫວ່າງຄຳສັ່ງ print( ) ກັບ echo( ) ຄື: ຄຳສັ່ງ print( ) ບໍ່ສາມາດຈຳແນກຂໍ້ຄວາມກັບນິພົດ ຫຼືຄ່າຂອງຕົວປ່ຽນໃດໆດ້ວຍເຄື່ອງໝາຍຈຸດ ( , ) ແຕ່ຄຳສັ່ງ echo( ) ສາມາດຈຳແນກໄດ້ເຊັ່ນ print "1+2=",1+2"; ຜົນໄດ້ຮັບຈະ error ຖ້າໃຊ້
e
cho "1+2=",1+2"; ຈະໄດ້ຜົນຮັບເປັນ 1+2=3

3) ຄຳສັ່ງ printf
ມີຮູບແບບການຂຽນ: printf("ຂໍ້ມູນທີ່ຕ້ອງການສະແດງຜົນ");
ຕົວຢ່າງ:
   <?php
    printf("Welcome to learn PHP");
   ?>

ນອກຈາກນັ້ນ ຄຳສັ່ງ printf( ) ຍັງມີລັກສະນະພິເສດຄືສາມາດຈັດຮູບແບບການສະແດງຜົນຂອງຂໍ້ມູນທີ່ເປັນຕົວເລກ
ໃນຮູບແບບຕ່າງໆດັ່ງຕາຕະລາງລຸ່ມນີ້:
ສັນຍາລັກ ຄຳອະທິບາຍ
%d ສະແດງຄ່າຕົວເລກໃນຮູບແບບເລກຖານສິບ
%b ສະແດງຄ່າຕົວເລກຈຳນວນເຕັມໃນຮູບແບບເລກຖານສອງ
%c ສະແດງຄ່າຕົວເລກຈຳນວນເຕັກໃນຮູບແບບລະຫັດ ASCII
%f ສະແດງຄ່າຕົວເລກໃນຮູບແບບເລກທົດສະນິຍົມ ຫຼືເລກເສດ
%o ສະແດງຄ່າຕົວເລກໃນຮູບແບບເລກຖານແປດ
%s ສະແດງຄ່າໃນຮູບແບບຂໍ້ຄວາມ ຫຼື ສະຕຣິງ(String)
%x ສະແດງຄ່າຕົວເລກໃນຮູບແບບເລກຖານສິບຫົກ(ຕົວພິມນ້ອຍ)
%X ສະແດງຄ່າຕົວເລກໃນຮູບແບບເລກຖານສິບຫົກ(ຕົວພິມໃຫຍ່)
ຕົວຢ່າງ:
   <?php
    printf("10/3=%d<br>",10/3);
 
  printf("10/3=%2f",10/3);
   ?>