ບົດທີ 5 ຄຳສັ່ງກວດສອບເງື່ອນໄຂ ແລະການວົນຮອບ(ຕໍ່)

5.2 ກຸ່ມ​ຄຳ​ສັ່ງ​ວົນ​ຮອບ(loop statement).
ຄຳ​ສັ່ງ​ນີ້​ໃຊ້​ໃນ​ການ​ປະມວນ​ຜົນ​ກຸ່ມ​ຄຳ​ສັ່ງ​ ຊ້ຳໆ​ ຈົນ​ກວ່າ​ເງື່ອນ​ໄຂ​ທີ່​ກຳນົດ​ໄວ້​ຈະ​ເປັນ​ຈິງ, ກຸ່ມ​ຄຳ​ສັ່ງ​ປະ​ເພດ​ນີ້​ໄດ້​​ແກ່ ຄຳ​ສັ່ງ for,while ​ແລະ do...while

5.2.1 ຄຳ​ສັ່ງ for.
ຄຳ​ສັ່ງ for ​ເປັນ​ຄຳ​ສັ່ງ​ທີ່​​ໃຊ້​ໃນ​ການ​ວົນ​ຊ້ຳ​ການ​ເຮັດ​ວຽກ​ຕາມ​ຈຳນວນ​ຮອບ​ທີ່​ ກຳນົດ ​ໂດຍ​ຈະ​ກຳນົດ​ຈຸດ​ເລີ່​ມຕົ້ນ​ທີ່​ໃຊ້​ວົນ​ຊ້ຳ ​ແລະຈຸດ​ທີ່​ຈະ​ຢຸດ​ໃນ​ຕອນ​ທຳ​ອິດ ຈາກ​ນັ້ນ​ຈະ​ກະທຳ​ຕາມ​ຄ່າ​ທີ່​ກຳ​ນົດ​ໄວ້​ດ້ວຍ​ການ​ເພີ່ມ ຫຼືລຸດຄ່າ​ຕົວ​ປ່ຽນ ​ເຊິ່ງມີ​ຮູບ​ແບບ​ດັ່ງ​ນີ້:

for(ຕົວ​ປ່ຽນ​ກັບ​ຈຸດ​ເລີ່​ມຕົ້ນ; ຕົວ​ປ່ຽນ​ກັບ​ຈຸດ​ສິ້ນ​ສຸດ; ຕົວ​ເພີ່ມ​ ຫຼື​ລຸດຄ່າ​ຕົວ​ປ່ຽນ)

ກຸ່ມ​ຄຳ​ສັ່ງ​ທີ່​ໃຊ້​ໃນ​ການ​ວົນ​ຊ້ຳ;

ຕົວຢ່າງ:

for($a=1;$a<=9;$a++)

echo " loop number $a

ຜົນ​ໄດ້​ຮັບ

5.2.2 ຄຳ​ສັ່ງ while.
​​      ເປັນ​ຄຳ​ສັ່ງ​ທີ່​ໃຊ້​ໃນ​ການ​ວົນ​ຊ້ຳ​​ເຮັດ​ວຽກ​ຂອງ​ໂປຣ​ແກຣມ ​ໂດຍ​ມີ​ກາ​ນກວດ​ສອບ​ເງື່ອນ​ໄຂ​ກ່ອນ​ວົນ​ຊ້ຳ,ບໍ່​ມີ​ການ​ກຳນົດ​ຈຳນວນ​ຮອບ​ ທີ່​ແນ່​ນອນ ​ແຕ່​ຈະ​ຍຸດ​ການ​ວົນ​ຊ້ຳ​ເມື່ອ​ເງື່ອນ​ໄຂ​ບໍ່​ເປັນ​ຈິງ​ເທົ່າ​ນັ້ນ ​ເຊິ່ງມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້:

​​while(​ເງື່ອນ​ໄຂ)

ກຸ່ມ​ຄຳ​ສັ່ງ​ທີ່​ໃຊ້​ໃນ​ການ​ວົນ​ຊ້ຳ;
ຕົວ​ເພີ່ມ ຫຼື​ລຸດຄ່າ​ຕົວ​ປ່ຽນ;

ຕົວຢ່າງ:

$a=1;
while($a<=10)

echo "while loop $a

$a++;

ຜົນ​ໄດ້​ຮັບ

5.2.3 ຄຳ​ສັ່ງ do…while
​ເປັນ​ຄຳ​ສັ່ງ​ທີ່​ມີ​ລັກສະນະ​ການ​ເຮັດ​ວຽກ​ຄ້າຍຄື​ກັບ​ຄຳ​ສັ່ງ while ​ແຕ່​ຕ່າງ​ກັນ​ຢູ່​ບ່ອນ​ວ່າ ຄຳ​ສັ່ງ do while
ຈະ​ທຳ​ການ​ວົນ​ຮອບ​ຊ້ຳ​ຮອບ​ທຳ​ອິດ​ກ່ອນ​ແລ້ວ​ກວດ​ສອບ​ເງື່ອນ​ໄຂ ​ເຊິ່ງມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້:

do

ຄຳ​ສັ່ງ​ທີ່​ໃຊ້​ໃນ​ການ​ວົນ​ຊ້ຳ;
ຕົວ​​ເພີ່ມ​ຫຼື​ລຸດຄ່າ​ຕົວ​ປ່ຽນ;

while(​ເງື່ອນ​ໄຂ)
ຕົວຢ່າງ:

$x=1;
do

echo "while loop $x

$x++;

while($x<=7)

ຜົນ​ໄດ້​ຮັບ

5.3. ກຸ່ມ​ຄຳ​ສັ່ງ​ກະ​ໂດດ​ຂ້າມ(Jump Statement).
ກຸ່ມ​ຄຳ​ສັ່ງ​ນີ້​ເປັນ​ຄຳ​ສັ່ງ​ທີ່​ໃຊ້​ສຳລັບ​ຍຸດ​ ການ​ເຮັດ​ວຽກ ຫຼື​ອອກ​ຈາກ​ການ​ເຮັດ​ວຽກ​ທັນທີ ກຸ່ມ​ຄຳ​ສັ່ງ​ປະ​ເພດ​ນີ້​ໄດ້​ແກ່ ຄຳ​ສັ່ງ break,continue ​ແລະ exit
5.3.1 ຄຳ​ສັ່ງ break.
​ເປັນ​ຄຳ​ສັ່ງ​ທີ່​ໃຊ້​ໃນ​ການ​ອອກ​ຈາກ​ການ​ວົນ​ຊ້ຳ ຫຼື​ຍຸດ​ການ​​ເຮັດ​ວຽກ​ທັນທີ ​ໂດຍ​ບໍ່​ສົນ​ໃຈ​ວ່າ​ຈະ​ຄົບ​ຈຳນວນ​ຮອບ​ຫຼື​ບໍ່ ​ເຊິ່ງມັກ​ໃຊ້​ຄູ່​ກັບ​ຄຳ​ສັ່ງ select…case
ຕົວຢ່າງ:

for($a=1;$a<=10;$a++)

if($a==5) {
echo "stop loop $a";
break;

echo " for loop number $a

ຜົນ​ໄດ້​ຮັບ

5.3.2 ຄຳ​ສັ່ງ continue.
​ເປັນ​ຄຳ​ສັ່ງ​ທີ່​ໃຊ້​ກະ​ໂດດ​ໄປ​ຍັງ​ຮອບ​ທັດ​ໄປ​ທັນທີ ​ໂດຍ​ບໍ່​ສົນ​ໃຈ​ຄຳ​ສັ່ງ​ທີ່​ເຫຼືອ​ຢູ່​ໃນ​ວົນ​ຮອບ​ນັ້ນໆ
ຕົວຢ່າງ:

for($a=1;$a<=10;$a++)

if($a>=5 && $a<=8) {
echo "stop

continue;

echo " for loop number $a

ຜົນ​ໄດ້​ຮັບ

5.3.3 ຄຳ​ສັ່ງ exit.
​ເປັນ​ຄຳ​ສັ່ງ​ທີ່​ໃຊ້​ໃນ​ການຈົບ​ການ​ເຮັດ​ວຽກ​ຂອງ​ໂປຣ​ແກຣມທັນທີ
ຕົວຢ່າງ:

for($a=1;$a<=10;$a++)

if($a>=5 && $a<=8) {
echo " for loop number $a

exit;

ຜົນ​ໄດ້​ຮັບ