ບົດທີ 8 ການຈັດການກັບ file (ຕໍ່)

8.1.3 ການ​ຂຽນ​ຂໍ້​ມູນ​ລົງ file ດ້ວຍ​ຟັງ​ຊັນ fwrite().
ດັ່ງ​ທີ່​ໄດ້​ກ່າວ​ມາ​ແລ້ວ​ວ່າ ​ເມື່ອ​ເປີດ file ​ແລ້ວ​ຈະ​ອ່ານ ຫຼື​ຂຽນ​ກໍ່​ໄດ້ ​ເຊິ່ງຟັງ​ຊັນ​ທີ່​ໃຊ້​ສຳລັບ​ຂຽນ​ຂໍ້​ມູນ​ລົງ file ມີ 2 ຟັງ​ຊັນ ຄື ​ຟັງ​ຊັນ fwrite() ​ແລະ fputs()
  • ຟັງ​ຊັນ fwrite() ມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້
fwrite($ຕົວ​ປ່ຽນ​ຄ່າ return, ຕົວ​ປ່ຽນ ຫຼື​ຂໍ້ຄວາມ​ທີ່​ຈະ​ຂຽນ);
ຕົວຢ່າງ:
<?
$hit="d:/test.txt";
$timenow=date("h:s");
$file=fopen($hit,"a");
fwrite($file,"Login release : $timenow,<br>");
fclose($file);
?>
​ໃນ​ຕົວຢ່າງ​ຂ້າງ​ເທິງ​ນີ້ ສະຫຼຸບ​ໄດ້​ວ່າ
  • ກຳນົດ​ຕົວ​ປ່ຽນ $timenow ​ເພື່ອ​ເກັບ​ຂໍ້​ມູນ​ເວລາ​ປະຈຸ​ບັນ.
  • ​ໃຊ້​ຟັງ​ຊັນ fopen() ​ເປີດ file ​ໃນ​ໂໝດ a
  • ​ໃຊ້​ຟັງ​ຊັນ fwrite() ​ເພື່ອ​ຂຽນ​ຂໍ້ຄວາມ​ລົງ​ໃນ file ທີ່​ກຳນົດ​ຕາມ​ຕົວ​ປ່ຽນ​ຄ່າ return
  • ​ໃຊ້​ຟັງ​ຊັນ fclose() ​ເພື່ອ​ປິດ file
  • ​ເມື່ອ​ເປີດ​ເບິ່ງ file ຊື່ text.txt ຈະ​​ເຫັນ​ວ່າ​ ຂໍ້​ມູນ​ທີ່​ເຮົາ​ໄດ້​ຂຽນ​ລົງ​ໃນ file ປະກົດ​ຢູ່ ສັງ​ເກດ​ຮູບ​ລຸ່ມ​ນີ້
  • ຟັງ​ຊັນ fputs(): ວິທີ​ການ​ເອີ້ນ​ໃຊ້​ງານ​ຈະ​ຄື​ກັນ​ກັບ​ຟັງ​ຊັນ fwrite() ທຸກ​ຢ່າງ ​ແຕ່​ຈະ​ຕ່າງ​ກັນ​ຢູ່​ບ່ອນ​ວ່າ ຟັງ​ຊັນ fputs() ສາມາດ​ກຳນົດ​ຄວາມ​ຍາວ​ຂອງ​ຂໍ້​ມູນ​ທີ​ຈະ​ຂຽນ​ໄດ້ ມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້

fputs(“$ຕົວ​ປ່ຽນ​ຄ່າ return,ຂໍ້ຄວາມ​ທີ່​ຈະ​ຂຽນ,ຄວາມ​ຍາວ​ຂໍ້​ມູນ​ທີ່​ຈະ​ຂຽນ);
ຕົວຢ່າງ:
<?
$hit="d:/test.txt";
$timenow=date("h:s");
$file=fopen($hit,"a");
fwrite($file,"Login release : $timenow,<br>",10);
fclose($file);
?>
​ເມື່ອ​ເປີດ​ເບິ່ງ file ຊື່ d:/test.txt ຈະ​ເປັນ​ດັ່ງ​ຮູບ​ລຸ່ມ​ນີ້
 


8.1.4 ການ​ອ່ານ​ຂໍ້​ມູນ​ຈາກ file.
​ໃນ​ພາສາ PHP ມີ​ຟັງ​ຊັນ​ໃນ​ການ​ເປີດ​ອ່ານ file ​ໃຫ້​ເລືອກ​ຫຼາຍຮູບ​ແບບ ​ໂດຍ​ແຕ່ລະ​ຟັງ​ຊັນ​ມີ​ຮູບ​ແບບ​ການ​ໃຊ້​ງານ​ແຕກ​ຕ່າງ​ກັນ
  • ຟັງ​ຊັນ fpassthru(): ​ເຮົາ​ສາມາດ​ໃຊ້​ຟັງ​ຊັນ​ນີ້​ໃນ​ການ​ອ່ານ​ຂໍ້​ມູນ​ທັງ​ໝົດ​ໃນ file ​ແລ້ວ​ສະ​ແດງ​ຜົນ​ໃນ ບຣາວ​ເຊີ​ໄດ້ ​ເຊິ່ງ​ເມື່ອ​ອ່ານ​ສໍາ​ເລັດ​​ແລ້ວ​ກໍ່​ຈະ​ປີ​ດ file ​ເອງ​ອັດຕະ​ໂນ​ມັດ ​ໂດຍບໍ່​ຕ້ອງ​ໃຊ້​ຟັງ​ຊັນ fclose() ມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້
fpassthru($ຕົວ​ປ່ຽນ​ຄ່າ return);

ຕົວ​ຢ່າງ:
<?
$hit="d:/test.txt";
$timenow=date("h:s");
$file=fopen("$hit","r");
fpassthru($file);
?>
ຜົນ​ໄດ້​ຮັບ

  • ຟັງ​ຊັນ fgetc(): ​ໃຊ້​ອ່ານ​ຂໍ້​ມູນ​ຈາກ file ​ເທື່ອ​ລະ 1 ຕົວ​ອັກສອນ ​ໂດຍ​ຈະ​ໃຊ້​ຄໍາສັ່ງ while ວົນ​ຊ້ຳ​ໃນ​ການ​ອ່ານ​ຂໍ້​ມູນ ​ເຊິ່ງມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້
$ຕົວປ່ຽນ​ອັກຂະຫຼະ = fgetc($ຕົວ​ປ່ຽນ​ຄ່າ return);

ຕົວຢ່າງ:
<?
$hit="d:/test.txt";
$timenow=date("h:s");
$file=fopen("$hit","r");

while(feof($file)==false) {
$char=fgetc($file);
echo $char," ";
}
fclose($file);
?>
ຜົນ​ໄດ້​ຮັບ
  
 ​   




 

ໃນ​ນັ້ນ ຟັງ​ຊັນ feof() ​ເປັນ​ຟັງ​ຊັນ​ທີ່​ໃຊ້​ສໍາລັບ​ກວດ​ສອບ​ວ່າ​ຂໍ້​ມູນ​ໃນ file ຖືກ​ອ່ານ​ໝົດ​ແລ້ວ​ຫຼື​ບໍ່ ມັກ​ຈະ​ໃຊ້​ຄູ່​ກັບ​ຄຳ​ສັ່ງ​ວົນ​ຮອບ ​ເຊັ່ນ while, for ​ເປັນ​ຕົ້ນ.
  • ຟັງ​ຊັນ gets(): ​ໃຊ້​ໃນ​ການ​ອ່ານ​ຂໍ້​ມູນ​ຈາກ file ຢ່າງ​ຕໍ່​ເນື່ອງ ​ເຊິ່ງສາມາດ​ກໍານົດ​ຄວາມ​ຍາວ​ຂອງ​ຂໍ້ຄວາມ​ທີ່​ຕ້ອງການ​ອ່່ານ​ໄດ້ ມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້
fgets($ຕົວ​ປ່ຽນ​ຄ່າ return,[ຄວາມ​ຍາວ​ຕົວ​ອັກສອນ​ທີ່​ສະ​ແດ​ງ+1]);

ຕົວຢ່າງ:
<?
$hit="d:/test.txt";
$timenow=date("h:s");
$file=fopen("$hit","r");
echo fgets($file,20);
fclose($file);
?>
ຜົນ​ໄດ້ຮັບ

  • ຟັງ​ຊັນ fread() : ​ໃຊ້​ໃນ​ການ​ອ່ານ​ຂໍ້​ມູນ​ຈາກ file ​ຄື​ກັບ​ຟັງ​ຊັນ fgets()​ແຕ່​ຈະ​ສາມາດ​ກໍານົດ​ຄວາມ​ຍາວ​ຂອງ​ຂໍ້ຄວາມ​ທີ່​ຕ້ອງການ
    ​ອ່ານ​ທີ່​ແນ່ນອນ​ໄດ້ ມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້
fread($ຕົວ​ປ່ຽນ​ຄ່າ return,ຈຳນວນ​ຕົວ​ອັກສອນ​ຂອງ​ຂໍ້​ມູນ​ທີ່​ຈະ​ອ່ານ);

ຕົວຢ່າງ:
<?
$hit="d:/test.txt";
$timenow=date("h:s");
$file=fopen("$hit","r");

while(feof($file)==false) {
echo fread($file,23),"<br>";
}
fclose($file);
?>
ຜົນ​ໄດ້​ຮັບ







8.1.5 ລຶບ file ດ້ວຍ​ຟັງ​ຊັນ unlink().
​ເວລາ​ທີ່​ເຮົາ​ຕ້ອງການ​ລຶບ​ file ຫຼື ບາງ file ອອກ ​ເຮົາ​ສາມາດ​ໃຊ້​ຟັງ​ຊັນ unlink() ​ໄດ້ ​ເຊິ່ງມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້
unlink(“ຕຳ​ແໜ່​ງບ່ອນຢູ່​ຂອງ file/ຊື່ file);

ຕົວຢ່າງ:
<?
$hit="d:/test.txt";
unlink($hit);
echo "Delete completed";
?>
ຜົນ​ໄດ້​ຮັບ