ບົດທີ 1 ພື້ນຖານກ່ອນການຂຽນເວັບໄຊ

1. ຫຼັການເຮັດວຽກຂອງ WWW.
ການເຮັດວຽກຂອງ www ຈະມີລັກສະນະ ລູກຂ່າຍ ກັບແມ່ຂ່າຍ ຫຼື Client-Server ໝາຍຄວາມວ່າ ມີການເຊື່ອມຕໍ່ກັນລະຫວ່າງຄອມພິວເຕີຂອງຜູ້ໃຫ້ບໍລິການ(Server) ກັບຄອມພິວເຕີຜູ້ໃຊ້ບໍລິການ(Client) ສັງເກດດັ່ງຮູບລຸ່ມນີ້:
2. ປະເພດຂອງການຂຽນໂປຣແກຣມເວັບໄຊ
ໃນການຂຽນໂປຣແກຣມເວັບໄຊ ສາມາດແບ່ງລັກສະນະການເຮັດວຽກຂອງໂປຣແກຣມໄດ້ 2 ປະເພດ ຄື:
  • Static Programming
  • Dynamic Programming
2.1 Static Programming: ເປັນການຂຽນໂປຣແກຣມສ້າງເວັບໄຊທີ່ມີລັກສະນະບໍ່ຄ່ອຍມີການປ່ຽນແປງດ້ານຂໍ້ມູນ ເຊັ່ນ: ເວັບໄຊສ່ວນຕົວ,ເວັບໄຊນຳສະເໜີປະຫວັດແລະໂຄງສ້າງຂອງອົງກອນເປັນຕົ້ນເຊິ່ງລັກສະນະເວັບປະເພດນີ້ເມື່ອເວລາ
ຕ້ອງການແກ້ໄຂຂໍ້ມູນບາງຢ່າງໃໝ່ຈະຕ້ອງໃຊ້ໂປຣແກຣມໃນການສ້າງເວັບເຊັ່ນ:Dreamweaver,FrontPage,...ເພື່ອ
ແກ້ໄຂຂໍ້ມູນຫຼັງຈາກແກ້ໄຂແລ້ວກໍ່ທຳການອັບໂຫຼດຂໍ້ມູນຂຶ້ນໄປຍັງ Serveອີກ,ເວັບໄຊປະເພດນີ້ບໍ່ມີຄວາມຢືດຢຸນ
ໃນການຈັດການ ແລະສ້າງຄວາມຍຸ້ງຍາກໃຫ້ແກ່ຜູ້ພັດທະນາ.ໃນການພັດທະນາເວັບໄຊປະເພດນີ້ພຽງແຕ່ໃຊ້ຄອມພິວເຕີ
 ແລະຕິດຕັ້ງໂປຣແກຣມທີ່ກ່ຽວຂ້ອງ ໂດຍຜູ້ພັດທະນາເວັບໄຊບໍ່ຈຳເປັນຕ້ອງມີຄວາມຮູ້ໃນການຂຽນໂປຣແກຣມກໍ່ໄດ້
 ພຽງແຕ່ຮູ້ນຳໃຊ້ໂປຣແກຣມສຳລັບຊ່ວຍສ້າງເວັບໄຊກໍ່ພໍແລ້ວ.

2.2 Dynamic Programming:
ເປັນການຂຽນໂປຣແກຣມເພື່ອແກ້ໄຂບັນຫາຄວາມບໍ່ຢືດຢຸນຂອງ static programming ໂດຍເໝາະສົມສຳລັບການ
ສ້າງເວັບທີ່ມີການປ່ຽນແປງດ້ານຂໍ້ມູນຕະຫຼອດ ຫຼືເວັບທີ່ມີການເກັບຮັກສາຂໍ້ມູນຈຳນວນຫຼາຍໄວ້ໃນຖານຂໍ້ມູນ.ໃນການ
ພັດທະນາເວັບໄຊປະເພດນີ້ຕ້ອງອາໃສນັກພັດທະນາທີ່ມີຄວາມຮູ້ຄວາມສາມາດໃນການຂຽນໂປຣແກຣມຄອມພິວເຕີ
ເປັນຢ່າງດີແລະຮູ້ໃນເລື່ອງຂອງຖານຂໍ້ມູນປະເພດຕ່າງໆດ້ວຍ
1.3 ເຄື່ອງມືທີ່ໃຊ້ໃນການຂຽນໂປຣແກຣມພາສາ PHP.
ໃນການພັດທະນາເວັບໄຊໂດຍໃຊ້ພາສາ PHP ສິ່ງທີ່ນັກພັດທະນາໂປຣແກຣມຕ້ອງມີ ປະກອບດ້ວຍ:
1) ຄອມພິວເຕີຢ່າງໜ້ອຍ 1 ຊຸດ ໂດຍປົກກະຕິການພັດທະນາເວັບໄຊຈະຕ້ອງມີຄອມພິວເຕີທີ່ເຮັດໜ້າທີ່ເປັນເຄື່ອງ Web Server ແລະຄອມພິວເຕີອີກໜ່ວຍໜຶ່ງເປັນເຄື່ອງ Web Browser ແຕ່ຖ້າມີງົບປະມານຈຳກັດກໍ່ສາມາດໃຊ້ຄອມພິວເຕີ
ພຽງເຄື່ອງດຽວກໍ່ໄດ້ດ້ວຍການເຮັດໃຫ້ຄອມພິວເຕີເປັນທັງເຄື່ອງ Web Server ແລະ Web Browser ພາຍໃນຄອມພິວເຕີໜ່ວຍດຽວ.
2) ລະບົບປະຕິບັດການ Windows ຫຼື Linux ຫຼື Unix,...
3) ໂປຣແກຣມ Web Server ເຊິ່ງມີຫຼາຍໂປຣແກຣມໃຫ້ເລືອກ ເຊັ່ນ: Apache,Internet Information Server(IIS),Personal Web Server(PWS) ເປັນຕົ້ນ.
4) PHP Engine ຫຼືຕົວແປລະຫັດຄຳສັ່ງພາສາ PHP ໃຫ້ເປັນພາສາເຄື່ອງເພື່ອເຮັດໃຫ້ຄອມພິວເຕີສາມາດເຮັດວຽກ ແລະປະມວນຜົນໄດ້ຕາມທີ່ຕ້ອງການ.
5) ໂປຣແກຣມຖານຂໍ້ມູນ ເຊັ່ນ: Access,MySQL,Oracle.
6) PhpMyAdmin ເປັນໂປຣແກຣມທີ່ໃຊ້ຈັດການກັບຖານຂໍ້ມູນ MySQL ໂດຍສະເພາະ.
7) ໂປຣແກຣມ Web Authoring ແລະ Editor ແມ່ນໂປຣແກຣມທີ່ໃຊ້ໃນການສ້າງເວັບເພຈ ເຊັ່ນ: Dreamweaver,EditPlus,...