ບົດທີ 2 ຄຳສັ່ງພາສາ PHP (ຕໍ່)

2.3 ຄຳສັ່ງໝາຍເຫດ(Comment) ໃນ PHP
ໃນການຂຽນໂປຣແກຣມບາງເທື່ອເຮົາຕ້ອງການຂຽນຄຳອະທິບາຍວ່າຄຳສັ່ງໃນແຕ່ລະແຖວນັ້ນແມ່ນຄຳສັ່ງຫຍັງ ຫຼືເຮັດວຽກແນວໃດ ເພື່ອສະດວກໃນເວລາຄົນອື່ນ ຫຼືຕົວເຮົາເອງຕ້ອງການອ່ານຄືນໂປຣແກຣມທີ່ຂຽນ ໃນໂປຣແກຣມ
ພາສາ PHP ມີເຄື່ອງໝາຍ comment ຢູ່ 3 ຮູບແບບຄື:
  1) ເຄື່ອງໝາຍ # ໃຊ້ກຳນົດຄຳອະທິບາຍໄດ້ພຽງແຖວດຽວເທົ່ານັ້ນ
  2) ເຄື່ອງໝາຍ // ໃຊ້ກຳນົດຄຳອະທິບາຍໄດ້ພຽງແຖວດຽວເທົ່ານັ້ນ
  3) ເຄື່ອງໝາຍ /* ....  */ ໃຊ້ກຳນົດຄຳອະທິບາຍໄດ້ຫຼາຍໆແຖວ

ຕົວຢ່າງ:
<?php
  echo "Hello PHP"; //ສະແດງຂໍ້ຄວາມ Hello PHP ໃນໜ້າເວັບເພຈ
  #echo "Hello PHP"; ຂໍ້ຄວາມຄຳສັ່ງແຖວນີ້ຈະບໍ່ສະແດງຜົນໃນໜ້າເວັບເພຈ
  /*
  ໃນການຂຽນໂປຣແກຣມບາງເທື່ອເຮົາຕ້ອງການຂຽນຄຳອະທິບາຍວ່າ
  ຄຳສັ່ງໃນແຕ່ລະແຖວນັ້ນແມ່ນຄຳສັ່ງຫຍັງ ຫຼືເຮັດວຽກແນວໃດ ເພື່ອສະດວກ
  ໃນເວລາຄົນອື່ນ ຫຼືຕົວເຮົາເອງຕ້ອງການອ່ານຄືນໂປຣແກຣມທີ່ຂຽນ
  ໃນໂປຣແກຣມພາສາ PHP ມີເຄື່ອງໝາຍ comment ຢູ່ 3 ຮູບແບບຄື:
  */
?>