ບົດທີ 7 ຟັງຊັນມາດຕະຖານໃນ PHP (ຕໍ່)

6.3 ຟັງ​ຊັນ number_format.
ຖ້າ​ເຮົາ​ຕ້ອງການ​ໃຫ້​ຕົວ​ເລກ​ທີ່ສະ​ແດງຜົນ​ມີ​ ເຄື່ອງໝາຍ ຈຸດ ( , ) ຫຼື​ເຄື່ອງໝາຍ​ອື່ນໆ​ຂັ້ນ​ຢູ່​ຫຼັກ​ພັນ ​ເພື່ອ​ໃຫ້​ອ່ານ​ງ່າຍ ກໍ່​ສາມາດ​ເຮັດ​​ໄດ້​ໂດຍ​ໃຊ້​ຟັງ​ຊັນ number_format ​ເຊິ່ງມີ​ຮູບ​ແບບ​ການ​ໃຊ້​ດັ່ງ​ນີ້:
number_format(ຕົວ​ເລກ​ທີ່​ຕ້ອງການ,ຈຳ​ນວນ​ທົດ​ສະ​ນິຍົມ​,​ເຄື່ອງໝາຍ​ຂັ້ນ​,​ເຄື່ອງໝາຍ​ຫຼັກ​ພັນ
ຕົວຢ່າງ:

$number1=1234567.34;
$number2=54321;
echo "\$number1=",number_format($number1,2,'.',','),"

echo "\$number2=",number_format($number2,1,'.',','),"

ຜົນ​ໄດ້​ຮັບ

6.4 ຟັງ​ຊັນ str_pad.
​ເຮົາ​ສາມາດ​ໃຊ້​ຟັງ​ຊັນ str_pad ​ໃນ​ການ​ເລີ່​ມຕົ້ນ​ຂໍ້ຄວາມ​ໃຫ້​ຕົວ​ເລກ​ໄດ້ ​ເຊິ່ງຟັງ​ຊັນ​ນີ້​ເໝາະ​ສຳລັບ​ການ​ຂຽນ​ສະຄຣິບນັບ​ຈຳນວນ​ຜູ້​ເຂົ້າ​ ຊົມ(counter),​​webboard ຫຼື ກະທູ້​ອື່ນໆ ຫຼື​ຂໍ້​ມູນ​ຕົວ​ເລກ​ທີ່​ຕ້ອງການ​ປິດ​ລັບ ​ເຊິ່ງມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້
str_pad(ຂໍ້ຄວາມ,ຈຳນວນ​ຫຼັກ,ຂໍ້ຄວາມ​ທີ່​ຈະ​ເພີ່ມ,ຮູບ​ແບບ​ການ​ເພີ່ມ);
​ໂດຍ​ຮູບ​ແບບ​ການ​ເພີ່ມ​ມີ 3 ຮູບ​ແບບ​ຄື:
• STR_PAD_RIGHT ​ເພີ່ມ​ຂໍ້ຄວາມ​ທີ່​ຕ້ອງການ​ທາງ​ດ້ານ​ຂວາ​ຕົວ​ເລກ.
• STR_PAD_LEFT  ​ເພີ່ມ​ຂໍ້ຄວາມ​ທີ່​ຕ້ອງການ​ທາງ​ດ້ານ​ຊ້າຍ​ຕົວ​ເລກ.
• STR_PAD_BOTH ​ເພີ່ມ​ຂໍ້ຄວາມ​ທີ່​ຕ້ອງການ​ທັງ​ດ້ານ​ຂວາ ​ແລະ ຊ້າຍ.
ຕົວຢ່າງ:

$count=99;
$phone="22224";
echo "visitor now :",str_pad($count,5,"0",STR_PAD_LEFT),"

echo "phone number :",str_pad($phone,8,"x",STR_PAD_RIGHT),"

ຜົນ​ໄດ້​ຮັບ

6.5 ຟັງ​ຊັນ explode.
​ເຮົາ​ສາມ​າດ​ໃຊ້​ຟັງ​ຊັນ exlpode ​ໃນ​ການ​ແບ່ງ​ແຍກ​ຂໍ້ຄວາມ​ໃນ​ຕົວ​ປ່ຽນ​ອອກ​ເປັນ​ສ່ວນໆ​ໄດ້ ​ໂດຍ​ຂໍ້ຄວາມ​ທີ່​ແບ່ງ​ອອກ​ມາ​ຈະ​ເກັບ​ໄວ້​ໃນ​ຕົວ​ປ່ຽນ ອາ​ເຣ ​ເຊິ່ງມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້
explode(ສັນຍາ​ລັກ​ທີ່​ໃຊ້​ແຍກ​ຂໍ້ຄວາມ,ຂໍ້ຄວາມ​ຫຼື​ຕົວ​ປ່ຽນ​ທີ່​ເກັບ​ຂໍ້ຄວາມ,[ຈຳນວນ​ສ່ວນ​ທີ່​ຕ້ອງການ​ແບ່ງ])
ຕົວ​ຢ່າງ:

$txt="Vientiane-Hanoi Friendshipx Vocationalx School";
$no=explode("x",$txt);
$txt1=$no[0];
$txt2=$no[1];
$txt3=$no[2];
echo $txt1."
".$txt2."
".$txt3."

ຜົນ​ໄດ້​ຮັບ

6.6 ຟັງ​ຊັນ substr_replace
​ໃນ​ກໍລະນີຂໍ້​ມູນ​ທີ່​ຕ້ອງການ​ສະ​ແດງມີ​ຄວາມ​ຍາວ​ ຫຼາຍ ​ເຮົາ​ສາມາດ​ຈຳກັດ​ການສະ​ແດງ​ຂໍ້​ມູນ​ໄດ້ ​ໂດຍ​ໃຊ້​ຟັງ​ຊັນ substr_replace( ) ​ໃນ​ການ​ຕັດ​ຂໍ້​ຄວາມ​ໃຫ້​ສະ​ແດງ​ສະ​ເພາະ​ບາງ​ສ່ວນ​ຂອງ​ຂໍ້ຄວາມ​ນັ້ນ ​ແລ້ວ​ຕາມ​ດ້ວຍ​ຕົວ​ອັກຂະຫຼະ​ທີ່​ກຳນົດ ​ເຊິ່ງມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້
substr_replace(ຂໍ້ຄວາມ​ຫຼື​ຕົວ​ປ່ຽນ,ຕົວ​ອັກຂະຫຼະ​ທີ່​ສະ​ແດງ​ແທນ​ຂໍ້ຄວາມ​ທີ່​ຕັດ,ຈຳນວນ​ຕົວ​ອັກສອນຂອງ​ຂໍ້ຄວາມ​ທີ່​ຕ້ອງການ​ສະ​ແດງ);
ຕົວຢ່າງ:

$txt="Vientiane-Hanoi Friendshipx Vocational School";
$no=explode("x",$txt);
$txt1=$no[0];$txt2=$no[1];
echo substr_replace($txt2,",,,,,",9);

ຜົນ​ໄດ້​ຮັບ