Tuesday, August 27, 2013

ແນະນຳໂດຍຫຍໍ້

ໃນປະຈຸບັນພາສາ PHP ເປັນທີ່ນິຍົມໃຊ້ໃນການພັດທະນາເວັບ ຍ້ອນມີໂຄງສ້າງການຂຽນທີ່ມີຮູບແບບງ່າຍຕໍ່ການຮຽນ,
ບໍ່ຍາກຄືກັບພາສາອື່ນໆ ນອກຈາກນີ້ພາສາ PHP ຍັງສາມາດເຮັດວຽກໄດ້ທຸກລະບົບປະຕິບັດການບໍ່ວ່າຈະເປັນ 
Windows,Linux,... ດັ່ງນັ້ນຈິ່ງເປັນຈຸດເລີ່ມຕົ້ນທີ່ດີສຳລັບຜູ້ທີ່ສົນໃຈຢາກທົດລອງຂຽນເວັບໄຊດ້ວຍພາສາ PHP.
 ດ້ວຍຄວາມງ່າຍຂອງພາສາຈິ່ງເຮັດໃຫ້ມີກຸ່ມນັກສຶກສາສົນໃຈນຳໄປໃຊ້ໃນການພັດທະນາລະບົບສ່ວນຫຼາຍຈະເປັນລະບົບ
ຊື້-ຂາຍສິນຄ້າອອນໄລເຊັ່ນ:ຂາຍເສື້ອຜ້າ,ຂາຍເຄື່ອງປະດັບຂາຍໂທລະສັບມືຖືອື່ນໆດ້ວຍເຫດນີ້ຂ້າພະເຈົ້າຈິ່ງສ້າງເວັບໄຊນີ້
ຂຶ້ນມາເພື່ອເປັນທິດສະດີອ້າງອີງຫຼືເປັນບົດຮຽນໃຫ້ແກ່ຜູ້ທີ່ສົນໃຈຍາກຈະສຶກສາກ່ຽວກັບພາສາ PHP ຫວັງຢ່າງຍິ່ງວ່າ
ເວັບໄຊນີ້ຈະມີປະໂຫຍດບໍ່ຫຼາຍກໍ່ໜ້ອຍສຳລັບທ່ານ ແລະຂໍໃຫ້ທ່ານທີ່ສົນໃຈ ແລະສຶກສາໄປເປັນຂັ້ນຕອນ
ຕາມຫົວຂໍ້ໃຫ້ລະອຽດ ມີຫຍັງບໍ່ລະອຽດກໍ່ສາມາດຕິດຕໍ່ເພີ່ມເຕີມຕາມທີ່ຢູ່ຂອງຂ້າພະເຈົ້າໄດ້ອີກ.